ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຍີ່ປຸ່ນ ບໍ່​ມີ​ແຜນການ​ເຂົ້າ​ຮ່ວມ​ນາ​ໂຕ


   ສຳນັກ​ຂ່າວ​ຫວຽດນາມ​ນິວ​ລາຍ​ງານ​ວັນ​ທີ 26 ພຶດສະພາ​ນີ້​ວ່າ: ກ່າວ​ຄຳ​ເຫັນ​ຕໍ່​ສະພາ​ແຫ່ງ​ຊາດ ຍີ່ປຸ່ນ, ທ່ານ ຟູ​ມິ​ໂອ ກິດ​ສະ​ດາ ນາຍົກລັດຖະມົນຕີ ຢີ່​ປຸ່ນ​ໃຫ້​ ຮູ້​ວ່າ: ປະເທດ​ນີ້​ບໍ່​ມີ​ແຜນການ​ເຂົ້າ​ຮ່ວມ​ອົງການ​ສົນທິສັນຍາ​ອັດ​ລັງ​ຕິກ​ເໜືອ (NATO) ດ້ວຍ​ຂໍ້​ກຳນົດ​ກົດ​ລະບຽບ​ເປັນ​ສະມາ ຊິກ ຫຼື ເຄິ່ງ​ສະມາຊິກ​ເທື່ອ, ແຕ່​ ໃຫ້​ຮູ້​ວ່າ NATO ມີ​ແຜນການ​ເປີດ​ ຫ້ອງການ​ຕິດຕໍ່​ພົວພັນ​ຢູ່ຍີ່ປຸ່ນ. ຄຳ​ເຫັນ​ຂອງ​ທ່ານ​ນາຍົກລັດຖະ ມົນຕີ​ຍີ່ປຸ່ນ ໄດ້​ຍົກ​ອອກ​ມາ​ໃນ​ຂະນະ​ທີ່​ຕົ້ນ​ເດືອນ​ພຶດສະພາ ​ ນີ້, ເອກ​ອັກ​ຄະ​ລັດ​ຖະ​ທູດ​ຍີ່ປຸ່ນ ປະ ຈຳ ສະຫະລັດ​ອາ​ເມ​ຣິ​ກາ ປະ ກາດ​ວ່າ NATO ມີ​ແຜນການ​ເປີດ​ຫ້ອງການ​ຜູ້ຕາງໜ້າ​ແຫ່ງ​ທຳ​ອິດ​ຢູ່​ອາຊີ ຕັ້ງ​ຢູ່ ນະຄອນ ຫຼວງ​ໂຕ​ກຽວ, ເພື່ອ​ແນໃສ່​ສ້າງ​ເງື່ອນໄຂ​ປຶກສາ​ຫາລື​ໃນ​ພາກ​ພື້ນ. ຂະນະ​ດຽວ​ກັນ ໃນ​ວັນ​ທີ 25 ພຶດສະພາ, ທ່ານ​ນາງ ໝາວ​ໜິງ ໂຄສົກ​ກະຊວງ​ການ​ຕ່າງປະ ເທດ​ຈີນ ໄດ້​ຮຽກຮ້ອງ​ໃຫ້​ຍີ່ປຸ່ນ “ຄິດໄລ່​ຊັ່ງຊາ​ຄືນ” ກ່ຽວ​ກັບ​ຂໍ້​ຕົກລົງ​ທີ່​ນີ້​ເພາະ​ຈະ​ກ່ຽວຂ້ອງ​ເຖິງ​ຄວາມ​ໝັ້ນຄົງ​ດ້ານ​ການ​ທະ ຫານ ແລະ ເນັ້ນ​ໜັກ​ວ່າ ພາກ​ພື້ນ ອາຊີ-ປາ​ຊີ​ຟຣິກ ບໍ່​ເຫັນ​ດີ​ຕໍ່​ການ​ມີ​ໜ້າດ້ານ​ການ​ທະຫານ​ຂອງ​ບັນດາ​ປະເທດ​ຝ່າຍ​ຕາເວັນຕົກ.

 

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 29/05/2023